ວິທີເປີດນໍາໃຊ້ ແປ້ນພິມພາສາລາວ ສໍາລັບອຸປະກອນຄີບອດ

ກົດເພື່ອດາວໂຫຼດ APK

ຫຼັງຈາກທ່ານຊື້ ແລະ ດາວໂຫຼດແອັບແປ້ນພິມ SOULIYOKEY TYPE ມາແລ້ວ ທ່ານສາມາດເຊື່ອມຕໍ່ກັບອຸປະກອນແປ້ນພິມທາງດ້ານນອກໄດ້ທັນທີ ເມື່ອເຊື່ອມຕໍ່ສໍາເລັດແລ້ວ ທ່ານສາມາດເລີ່ມເຮັດຕາມຂັ້ນຕອນຕໍ່ໄປນີ້ໄດ້ເລີຍ.

ຊ່ວຍບໍລິຈາກຫລັງຈາກເຮັດສໍາເລັດໄດ້ດ້ວຍ QR ທາງດ້ານລຸ່ມນີ້

ໃຫ້ໝັ້ນໃຈວ່າທ່ານໄດ້ເຊື່ອມອຸປະກອນ Android ຂອງທ່ານ ກັບແປ້ນພິມທາງດ້ານນອກໄດ້ຮຽບຮ້ອຍແລ້ວ

ຖ້າທ່ານໃຊ້ອຸປະກອນຂອງ Samsung ທ່ານສາມາດເຮັດຕາມວິດີໂອນນີ້. ຖ້າທ່ານໃຊ້ອຸປະກອນອື່ນ ແມ່ນໃຫ້ເຮັດຕາມຂັ້ນຕອນຫຼັງຈາກວິດີນີ້ໄດ້ເລີຍ

ຖ້າທ່ານໃຊ້ລຸ້ນອື່ນທີ່ບໍ່ແມ່ນ ຊໍາຊຸງ ກະລຸນາເຮັດຕາມຂັ້ນຕອນຕໍ່ໄປນີ້

ເຂົ້າໄປທີການຕັ້ງຄ່າ ຫຼື Setting ໃນໂທລະສັບຂອງທ່ານ

ເມື່ອເຂົ້າໄປທີການຕັ້ງຄ່າ ຫຼື Setting ແລ້ວໃຫ້ພິມ Physical Keyboard

ເມື່ອພິມ Physical Keyboard ແລ້ວຈະເຫັນເມນູ Physical Keyboard ອອກມາ ພ້ອມກັບບອກອຸປະກອນທີ່ເຊື່ອມຕໍ່ຢູ່

ເມື່ອເຂົ້າໄປແລ້ວ ຈະຫນ້າໃຫ້ຕັ້ງຄ່າແປ້ນພິມ ກົດເຂົ້າໄປທີ່ Setup Keyboard Layouts

ເມື່ອເຂົ້າໄປແລ້ວໃຫ້ເລື່ອນຊອກຫາ Lao Key (Lao – Souliyo key) ແລ້ວກົດເປີດ

ນອກຈາກນັ້ນ ທ່ານສາມາດເປີດພາສາອື່ນໆເພີ່ມເຕີມໄດ້ນໍາ ເຊັ່ນພາສາອັງກິດເປັນຕົ້ນ

ເມື່ອຄົບແລ້ວກໍ່ກົດກັບຄືນ <- ເພື່ອອອກຈາການເພີ່ມແປ້ນພິມເຂົ້າໄປໃນອຸປະກອນ

ເຮົາຈະສັງເກດເຫັນວ່າຈະມີສອງພາສາໃຫ້ເລືອກພິມ ແລະ ຜູ້ໃຊ້ສາມາດປ່ຽນພາສາໄປມາໄດ້ດ້ວຍການກົດປຸ່ມ Ctrl + Space

ພຽງເທົ່ານີ້ ທ່ານກໍ່ຈະສາມາດພິມພາສາລາວຈາກອຸປະກອນແປ້ນພິມພາຍນອກໃນໂທລະສັບ ຫລື ແທັບເລັດແອນດຼອຍໄດ້ແລ້ວ. ເຊິ່ງຮອງຮັບຄີບອດທາງນອກທຸກປະເພດ ບໍ່ວ່າຈະເປັນຮູບແບບເຄສ, ຮູບແບບຕໍ່ສາຍ, ແລະ ຮູບແບບ Bluetooth.

ໝາຍເຫດ: ແອັບພລິເຄຊັ່ນນີ້ແມ່ນສະຫງວນລິຂະສິດ, ການລະເມີດລິຂະສິດຈາກການແຈກຢາຍ, ສົ່ງຕໍ່, ຕິດຕັ້ງໃນອຸປະກອນອື່ນໆທີ່ບໍ່ໄດ້ຊື້, ຫລື ຂາຍເປັນບໍລິການ ແມ່ນຈະຖືກດໍາເນີນຄະດີຕາມກົດໝາຍ